ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ແຊກ​ໄບ​ຊານ-ອາກ​ເມ​ນີ ຢຸດຕິ​ການ​ເປັນ​ປໍ​ລະ​ປັກ​ກັນ​ຢູ່​ເຂດ ນາ​ກໍ​ນີ-ກາ​ຣາ​ບັກ


     ວິທະຍຸ​ກະ​ຈຽງ​ສຽງ​ຂອງ​ ຫວຽດນາມ ລາຍ​ງານ​ວັນ​ທີ 20 ກັນຍາ, ອີງ​ຕາມ​ ກະຊວງ​ປ້ອງ​ກັນ​ປະເທດ​ຣັດ​ເຊຍ ລາຍ​ງາ​ນ​ວ່າ: ດ້ວຍ​ບົດບາດ​ເປັນກາງ​
ໄກ່​ເກ່ຍຂອງ​ກຳລັງ​ຮັກສາ​ສັນຕິພາບ ສ ຣັດ​ເຊຍ ຢູ່ ນາກໍນີ-ກາຣາບັກ (Nagrony-Karabakh), ຜູ້ຕາງໜ້າປະເທດ ​ອາ​ແຊກ​ໄບ​ຊານ ແລະ ກອງ​ກຳ
ລັງປະເທດ ​ອາກ​ເມ​ນີ ຢູ່​ເຂດ​ດິນແດນ​ດັ່ງກ່າວ, ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດຕິ​ການ​ກະທຳ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ຢ່າງ​ຊິ້ນ​ເຊີງ​ເຊິ່ງ​ຂໍ້​ຕົກລົງ​ນີ້, ຈະ​ໄດ້​ປະຕິບັດ​ດ້ວຍ
​ການ​ສົມທົບ​ຂອງ​ກອງ​ບັນຊາ​ການ​ກຳລັງ​ຮັກສາ​ສັນຕິພາບ ຣັດ​ເຊຍ.

     ໃນ​ວັນ​ດຽວ​ກັນ​ນັ້ນ, ກະຊວງ​ປ້ອງ​ກັນ​ປະເທດ ອາ​ແຊກ​ໄບ​ຊານ ຖະແຫຼງ​ວ່າ: ສາມາດ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຢຸດຕິ “ບັນດາ​ມາດ​ຕະການ
​ຕ້ານ​ການ​ກໍ່​ການ​ຮ້າຍ” ຢູ່ Nagrony – Karabakh ເຊິ່ງ​ມີ​ຜົນ​ບັງຄັບ​ໃຊ້​ແຕ່​ເວລາ 13:00 ໂມງ​ຂອງ ວັນ​ທີ 20 ກັນຍາ (ຕາມ​ເວລາ​ທ້ອງຖິ່ນ - ກົງ​
ກັບ​ເວລາ 17:00 ໂມງ​ແລງ​ຕາມ​ເວລາ​ໃນ​ອາຊີ). ເຂດ Nagrony-Karabakh ຕັ້ງ​ຢູ່​ດິນແດນ​ທາງ​ທິດຕາເວັນຕົກ​ສ່ຽງ​ໃຕ້​ຂອງ ອາ​ແຊກ​ໄບ​ຊານ, ພົນ
ລະເມືອງ​ສ່ວນ​ຫຼາຍ​ແມ່ນ​ເຊື້ອ​ຊາດ ອາກ​ເມ​ນີ ແລະ ຢາກ​ໂຮມ​ເຂົ້າ​ກັບ​ປະເທດ​ນີ້. ສິ່ງ​ດັ່ງກ່າວ, ໄດ້​ກໍ່​ຄວາມ​ຂັດ​ແຍ້ງ​ກ່ຽວ​ກັບ ​ອະທິປະ​ໄຕ ລະຫວ່າງ​ສອງ
​ປະເທດ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 27/09/2023